ເງື່ອນໄຂ ແລະ ຂັ້ນຕອນການລົງທະບຽນ ສະມາຄົມ

ຄວາມຮູ້ທົ່ວໄປກ່ຽວກັບສະມາຄົມ

ສະມາຄົມ ແມ່ນການຈັດຕັ້ງສັງຄົມທີ່ສ້າງຂຶ້ນດ້ວຍຄວາມສະໝັກໃຈ, ເຄື່ອນໄຫວເປັນປະຈຳ, ບໍ່ຫວັງຜົນກຳໄລ, ຊ່ວຍເຫຼືອເຊິ່ງກັນ ແລະ ກັນ, ປົກປ້ອງສິດຜົນປະໂຫຍດອັນຊອບທຳຂອງສະມາຄົມ, ສະມາຊິກສະມາຄົມ ຫຼື ຊຸມຊົນ, ປະກອບສ່ວນພັດທະນາເສດຖະກິດ-ສັງຄົມຂອງປະເທດ.

ລະດັບການເຄື່ອນໄຫວສະມາຄົມ

1. ລະດັບການເຄື່ອນໄຫວໃນຂອບເຂດທົ່ວປະເທດ.

2. ລະດັບການເຄື່ອນໄຫວໃນຂອບເຂດພາຍໃນແຂວງ ຫຼື ນະຄອນຫຼວງ.

3. ລະດັບການເຄື່ອນໄຫວໃນຂອບເຂດພາຍໃນເມືອງ ຫຼື ເທດສະບານ ຫຼື ນະຄອນ ຫຼື ບ້ານ.

ປະເພດ ແລະ ຜູ້ອະນຸມັດສ້າງຕັ້ງ

1. ສະມາຄົມເສດຖະກິດ (ກະຊວງ ອຸດສາຫະກຳ ແລະ ການຄ້າ).

2. ສະມາຄົມ ວິຊາຊີບ, ເຕັກນິກ-ວິຊາການ ແລະ ປະດິດຄິດແຕ່ງ (ກະຊວງ, ອົງການລັດ ຫຼື ສະມາຄົມ ທຽບເທົ່າກະຊວງທີ່ກ່ຽວຂ້ອງ).

3. ສະມາຄົມສັງຄົມສົງເຄາະ ແລະ ພັດທະນາສັງຄົມທີ່ເຄື່ອນໄຫວສອງຂະແໜງການຂຶ້ນໄປ (ກະຊວງພາຍໃນ)

ເງື່ອນໄຂການລົງທະບຽນ

  1. ມີຈຸດປະສົງ, ກຳນົດຂົງເຂດການເຄື່ອນໄຫວທີ່ຈະເຈ້ງ, ບໍ່ຂັດກັບ ລັດຖະທຳມະນູນ, ກົດໝາຍ ແລະ ຮີດຄອງປະເພນີອັນດີງາມ ຂອງຊາດ, ທ້ອງຖິ່ນ ແລະ ເຜົ່າຕ່າງໆ, ບໍ່ເປັນໄພອັນຕະລາຍຕໍ່ຄວາມໝັ້ນຄົງຂອງຊາດ, ຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມ ແລະ ສິດເສລີພາບຂອງບຸກຄົນອື່ນ.
  2. ມີຄະນະຂົນຂວາຍສ້າງຕັ້ງສະມາຄົມ ຢ່າງໜ້ອຍສາມຄົນ ໂດຍຜູ້ລິເລີ່ມສ້າງຕັ້ງສະມາຄົມເປັນຜູ້ບົ່ງຕົວຊຶ່ງຢ່າງໜ້ອຍໜຶ່ງໃນສາມຄະນະຂົນຂວາຍ ຕ້ອງມີໃບຢັ້ງຢືນວິຊາສະເພາະ ຫຼື ໃບຢັ້ງຢືນປະສົບການເຮັດວຽກ ທີ່ກ່ຽວຂ້ອງກັບຈຸດປະສົງເຄື່ອນໄຫວຂອງສະມາຄົມ.
  3. ຜູ້ລິເລີ່ມ, ຄະນະຜູ້ລິເລີ່ມ, ຄະນະຂົນຂວາຍສ້າງຕັ້ງ, ຄະນະບໍລິຫານ, ຄະນະກວດກາ ແລະ ຜູ້ອຳນວຍການ ຕ້ອງແມ່ນພົນລະເມືອງລາວ, ມີອາຍຸແຕ ສິບແປດ ປີຂຶ້ນໄປ ແລະ ມີປະຫວັດຈະແຈ້ງ.
  4. ຊື່ຂອງສະມາຄົມ ທີ່ຈະຕັ້ງຂຶ້ນ ບໍ່ຊ້ຳຊ້ອນກັບຊື່ຂອງສະມາຄົມອື່ນ ທີ່ໄດ້ຮັບອະນຸມັດໃຫ້ສ້າງຕັ້ງຂຶ້ນຢ່າງຖືກຕ້ອງກ່ອນແລ້ວໃນທ້ອງຖິ່ນດຽວກັນ, ຕ້ອງເປັນພາສາລາວ, ຈະແຈ້ງ, ເຂົ້າໃຈງ່າຍ, ບໍ່ມີລັກສະນະຫຍາບຄາຍຖ້າມີຄວາມຈຳເປັນແປເປັນພາສາຕ່າງປະເທດ ກໍໄດ້.
  5. ມີສຳນັກງານບໍ່ເຮັດວຽກຂອງສະມາຄົມຕັ້ງຢູ່ ສປປ ລາວ ໂດຍມີການຢັ້ງຢືນຈາກອົງການປົກຄອງບ້ານບ່ອນທີ່ສຳນັກງານສະມາຄົມຕັ້ງຢູ່, ມີໜັງສືຢັ້ງຢືນກຳມະສິດ ຫຼື ສັນຍາເຊົ່າ ທີ່ຖືກຕ້ອງຕາມກົດໝາຍ.
  6. ມີກົດລະບຽບຂອງສະມາຄົມ ຕາມແບບຟອມຂອງລັດຖະການກຳນົດ.
  7. ມີຈຳນວນສະມາຊິກ ທີ່ໄດ້ລົງທະບຽນສະໝັກໃຈເຂົ້າຮ່ວມເຄື່ອນໄຫວໃນສະມາຄົມຢ່າງຄົບຖ້ວນຕາມກຳນົດຄື: ສະມາຄົມທີ່ເຄື່ອນໄຫວ ໃນລະດັບທົ່ວປະເທດ ຕ້ອງມີສະມາຊິກຢ່າງໜ້ອຍ ຊາວຫ້າຄົນ ຂຶ້ນໄປ; ສະມາຄົມທີ່ເຄື່ອນໄຫວ ໃນລະດັບ ພາຍໃນແຂວງ, ນະຄອນຫຼວງ ຕ້ອງມີສະມາຊິກຢ່າງໜ້ອຍ ສິບຫ້າ ຄົນຂຶ້ນໄປ; ສະມາຄົມທີ່ເຄື່ອນໄຫວໃນລະດັບ ພາຍໃນເມືອງ, ເທດສະບານ, ນະຄອນ, ບ້ານ ຕ້ອງມີສະມາຊິກ ທີ່ມີລັກສະນະພິເສດຢ່າງໜ້ອຍ ສິບຄົນຂຶ້ນໄປ.

ບັນດາເອກະສານທີ່ກ່ຽວຂ້ອງກັບ ສະມາຄົມ

ຂັ້ນຕອນການລົງທະບຽນ

ການສ້າງຕັ້ງມູນນິທິ ໃຫ້ປະຕິບັດຕາມລະບຽບການ ແລະ ຂັ້ນຕອນ ດັ່ງນີ້:

ສະມາຄົມເຄື່ອນໄຫວພາຍໃນແຂວງ ຫຼຶ ນະຄອນຫຼວງ, ພາຍໃນເມືອງ ຫຼື ເທດສະບານ ຫຼື ນະຄອນ ຫຼື ບ້ານ
ສະມາຄົມທີ່ເຄື່ອນໄຫວ ໃນລະດັບຂອບເຂດທົ່ວປະເທດ