ບົນພື້ນຖານຜົນສໍາເລັດຂອງກອງປະຊຸມທີ່ໄດ້ກ່າວມາແລ້ວນັ້ນ, ຂ້າພະເຈົ້າ ຫວັງເປັນຢ່າງຍິ່ງວ່າ ເນື້ອໃນຝຶກອົບຮົມໃນກອງປະຊຸມຄັ້ງນີ້ ຈະເປັນປະໂຫຍດຢ່າງຍິ່ງຕໍ່ຄຸ້ມຄອງອົງການຈັດຕັ້ງສັງຄົມຢູ່ຂັ້ນກະຊວງຂອງທ່ານ ກໍຄືການຄຸ້ມຄອງ, ຕິດຕາມ, ກວດກາ ແລະ ອື່ນໆໃນວຽກງານອົງການຈັດຕັ້ງສັງຄົມຂອງທ່ານ ໃນປະຈຸບັນ ແລະ ຕໍ່ໜ້າ. ຄຽງຄູ່ກັບສິ່ງທີ່ກ່າວມານີ້ ກົມພັດທະນາການບໍລິຫານລັດ, ກະຊວງພາຍໃນ ຂໍມີບາງຄໍາແນະນໍາ ແລະ ຮຽກຮ້ອງໃຫ້ບັນດາທ່ານ ເອົາໃຈໃສ່ຕື່ມ ໃນການສະຫຼຸບລາຍງານ ຜົນສໍາເລັດ ແລະ ເນື້ຶອໃນ ຂອງການຝຶກອົບ ຄັ້ງນີ້ໃຫ້ແກ່ຄະນະນໍາຂອງຕົນ ເພື່ອຊາບ ແລະ ຂໍທິດຊີ້ນໍາ ເພື່ອເຜີຍແຜ່ ລະບົບຖານຂໍ້ມູນອົງການຈັດຕັ້ງສັງຄົມລາວ ຢ່າງກ້ວາງຂວາງ ແລະ ທົ່ວສັງຄົມ.
ກອງປະຊຸມຝຶກອົບຮົມການນຳໃຊ້ ແລະ ຄຸ້ມຄອງລະບົບຖານຂໍ້ມູນອົງການຈັດຕັ້ງສັງຄົມລາວ ທີ່ໂຮງແຮມທະວີສຸກ, ຄັ້ງວັນທີ 26 – 27 ມິຖຸນາ 2024
