ເງື່ອນໄຂການລົງທະບຽນ
- ມີຈຸດປະສົງ ເພື່ອສາທາລະນະປະໂຫຍດ, ການເຄື່ອນໄຫວ ບໍ່ຂັດກັບລັດຖະທໍາມະນູນ, ລະບຽບກົດຫມາຍ ແລະ ຮີດຄອງປະເພນີອັນດີງາມຂອງຊາດ, ຂອງທ້ອງຖິ່ນ ແລະ ຂອງເຜົ່າຕ່າງໆ; ບໍ່ເປັນໄພອັນຕະລາຍຕໍ່ຄວາມຫມັ້ນຄົງຂອງຊາດ, ຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມ, ສິດເສລີພາບຂອງບຸກຄົນອື່ນ ແລະ ບໍ່ຫວັງຜົນກຳໄລ.
- ມີຫຼັກຖານຢັ້ງຢືນຢ່າງຖືກຕ້ອງກ່ຽວກັບ ທຶນ, ຊັບສິນ ເພື່ອສ້າງຕັ້ງມູນນິທິ;
- ຜູ້ລິເລີ່ມກໍ່ຕັ້ງມູນນິທິ ຕ້ອງເປັນພົນລະເມືອງລາວ, ມີອາຍຸແຕ່ ສິບແປດປີ ຂຶ້ນໄປ ແລະ ບໍ່ເປັນບ້າເສຍຈິດ. ສາໍລັບຄົນຕ່າງດ້າວ, ຄົນຕ່າງປະເທດ ສາມາດປະກອບທຶນ, ຊັບສິນ ເພື່ອສ້າງຕັ້ງມູນນິທິ ຮ່ວມກັບການຈັດຕັ້ງ ຫຼື ພົນລະເມືອງລາວ;
- ຊື່ຂອງມູນນິທິ ບໍ່ຊຊ້ອນກັບຊື່ຂອງມູນນິທິອື່ນ ທີ່ໄດ້ຮັບອະນຸຍາດໃຫ້ສ້າງຕັ້ງຂຶ້ນຢ່າງຖືກຕ້ອງກ່ອນແລ້ວ ໃນທ້ອງຖິ່ນດຽວກັນ;
- ໄດ້ຮັບການອະນຸຍາດສ້າງຕັ້ງຈາກອົງການຈັດຕັ້ງຂອງລັດ ຕາມດໍາລັດສະບັບນີ້;
- ມີກົດລະບຽບ, ມີເອກະສານຢັ້ງຢືນຖືກຕ້ອງກ່ຽວກັບສໍານັກງານຂອງມູນນິທິ.
ຂັ້ນຕອນການລົງທະບຽນ
1. ຜູ້ລິເລີ່ມກໍ່ຕັ້ງ ຫຼື ຄະນະຜູ້ລິເລີ່ມກໍ່ຕັ້ງມູນນິທິ ປະກອບສໍານວນເອກະສານໃຫ້ຖືກຕ້ອງ ແລະ ຄົບຖ້ວນຕາມທີ່ກໍານົດຢູ່ໃນມາດຕາ 13 ຂອງດໍາລັດສະບັບນີ້ ແລ້ວຍື່ນຕໍ່ເຈົ້າແຂວງ, ເຈົ້າ ຄອງນະຄອນ ຫຼື ຫົວຫນ້າທະບວງການປົກຄອງ ແລະ ຄຸ້ມຄອງລັດຖະກອນ ເພື່ອອະນຸມັດ
ບົນພື້ນຖານຄາໍເຫັນ ຂອງກະຊວງ ຫຼື ຂະແຫນງການທີ່ກ່ຽວຂ້ອງ
2. ພາຍໃນ ຫົກສິບວັນ ນັບແຕ່ວັນໄດ້ຮັບສາໍນວນເອກະສານສະເຫນີຂໍສ້າງຕັ້ງມູນນິທິ ອົງການທີ່ມີສິດ – ອະນຸມັດສ້າງຕັ້ງ ຕ້ອງອອກຂໍ້ຕົກລົງຮັບຮອງເອົາກົດລະບຽບ ຫຼື ປະຕິເສດການສ້າງຕັ້ງມູນນິທິ
3. ມູນນິທິ ຈະໄດ້ຮັບການສ້າງຕັ້ງຂຶ້ນຢ່າງເປັນທາງການ ເມື່ອອົງການທີ່ມີສິດອະນຸມັດສ້າງຕັ້ງຕາມທີ່ກໍານົດຢູ່ໃນມາດຕາ 38 ຂໍ້ 1 ແລະ 38 ຂໍ້ 4 ຂອງດໍາລັດສະບັບນີ້ ໄດ້ອອກຂໍ້ຕົກລົງຮັບຮອງ ເອົາກົດລະບຽບ ເປັນຕົ້ນໄປ
