ເງື່ອນໄຂ ແລະ ຂັ້ນຕອນການລົງທະບຽນ ມູນນິທິ

ຄູ່ມື ແລະ ລະບຽບການສ້າງຕັ້ງມູນນິທິ ເພື່ອສາທາລະນະປະໂຫຍດ ແລະ ບໍ່ຫວັງຜົນກຳໄລ ໃນ ສປປ ລາວ.

ຫຼັກການ ແລະ ຈຸດປະສົງຂອງ ມູນນິທິ

ມູນນິທິ ແມ່ນການຈັດຕັ້ງສັງຄົມ ທີ່ສ້າງຕັ້ງຂຶ້ນໂດຍມີທຶນ ຫຼື ຊັບສິນ ເພື່ອດຳເນີນກິດຈະກຳ ຮັບໃຊ້ຜົນປະໂຫຍດລວມຂອງສັງຄົມ, ສາທາລະນະກຸສົນ, ການສຶກສາ, ສາທາລະນະສຸກ ຫຼື ມະນຸດສະທຳ ໂດຍບໍ່ຫວັງຜົນກຳໄລ ແລະ ບໍ່ເຄື່ອນໄຫວຂັດຕໍ່ລັດຖະທຳມະນູນ ແລະ ລະບຽບກົດໝາຍຂອງ ສປປ ລາວ.

ເງື່ອນໄຂການລົງທະບຽນ (6 ຂໍ້ຫຼັກ)

✓

1. ເພື່ອສາທາລະນະປະໂຫຍດ: ມີຈຸດປະສົງ ເພື່ອສາທາລະນະປະໂຫຍດ, ການເຄື່ອນໄຫວ ບໍ່ຂັດກັບລັດຖະທໍາມະນູນ, ລະບຽບກົດຫມາຍ ແລະ ຮີດຄອງປະເພນີອັນດີງາມຂອງຊາດ, ຂອງທ້ອງຖິ່ນ ແລະ ຂອງເຜົ່າຕ່າງໆ; ບໍ່ເປັນໄພອັນຕະລາຍຕໍ່ຄວາມຫມັ້ນຄົງຂອງຊາດ, ຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມ, ສິດເສລີພາບຂອງບຸກຄົນອື່ນ ແລະ ບໍ່ຫວັງຜົນກຳໄລ.
✓

2. ຫຼັກຖານທຶນ ແລະ ຊັບສິນ: ມີຫຼັກຖານຢັ້ງຢືນຢ່າງຖືກຕ້ອງກ່ຽວກັບ ທຶນ, ຊັບສິນ ເພື່ອສ້າງຕັ້ງມູນນິທິ (ເອກະສານຢັ້ງຢືນບັນຊີທະນາຄານ ຫຼື ກຳມະສິດຊັບສິນ).
✓

3. ຄຸນສົມບັດຜູ້ລິເລີ່ມກໍ່ຕັ້ງ: ຕ້ອງເປັນພົນລະເມືອງລາວ, ມີອາຍຸແຕ່ 18 ປີ ຂຶ້ນໄປ ແລະ ບໍ່ເປັນບ້າເສຍຈິດ. ສໍາລັບຄົນຕ່າງດ້າວ, ຄົນຕ່າງປະເທດ ສາມາດປະກອບທຶນ, ຊັບສິນ ເພື່ອສ້າງຕັ້ງມູນນິທິ ຮ່ວມກັບການຈັດຕັ້ງ ຫຼື ພົນລະເມືອງລາວ.
✓

4. ຊື່ຂອງມູນນິທິ: ບໍ່ຊ້ຳຊ້ອນກັບຊື່ຂອງມູນນິທິອື່ນ ທີ່ໄດ້ຮັບອະນຸຍາດໃຫ້ສ້າງຕັ້ງຂຶ້ນຢ່າງຖືກຕ້ອງກ່ອນແລ້ວ ໃນທ້ອງຖິ່ນດຽວກັນ.
✓

5. ໄດ້ຮັບການອະນຸຍາດ: ໄດ້ຮັບການອະນຸຍາດສ້າງຕັ້ງຈາກອົງການຈັດຕັ້ງຂອງລັດ ຕາມດຳລັດສະບັບນີ້.
✓

6. ກົດລະບຽບ ແລະ ສຳນັກງານ: ມີກົດລະບຽບ, ມີເອກະສານຢັ້ງຢືນຖືກຕ້ອງກ່ຽວກັບສໍານັກງານຂອງມູນນິທິ.

3 ຂັ້ນຕອນການລົງທະບຽນ ມູນນິທິ

1
ຂັ້ນຕອນທີ 1: ປະກອບ ແລະ ຍື່ນສຳນວນເອກະສານ
ຜູ້ລິເລີ່ມກໍ່ຕັ້ງ ຫຼື ຄະນະຜູ້ລິເລີ່ມກໍ່ຕັ້ງມູນນິທິ ປະກອບສໍານວນເອກະສານໃຫ້ຖືກຕ້ອງ ແລະ ຄົບຖ້ວນຕາມທີ່ກໍານົດຢູ່ໃນມາດຕາ 13 ຂອງດໍາລັດ ແລ້ວຍື່ນຕໍ່ ເຈົ້າແຂວງ, ເຈົ້າຄອງນະຄອນ ຫຼື ຫົວຫນ້າທະບວງການປົກຄອງ ແລະ ຄຸ້ມຄອງລັດຖະກອນ ເພື່ອອະນຸມັດບົນພື້ນຖານຄຳເຫັນ ຂອງກະຊວງ ຫຼື ຂະແຫນງການທີ່ກ່ຽວຂ້ອງ.
2
ຂັ້ນຕອນທີ 2: ພິຈາລະນາພາຍໃນ 60 ວັນ
ພາຍໃນ ຫົກສິບວັນ (60 ວັນ) ນັບແຕ່ວັນໄດ້ຮັບສາໍນວນເອກະສານສະເຫນີຂໍສ້າງຕັ້ງມູນນິທິ ອົງການທີ່ມີສິດອະນຸມັດສ້າງຕັ້ງ ຕ້ອງອອກຂໍ້ຕົກລົງຮັບຮອງເອົາກົດລະບຽບ ຫຼື ປະຕິເສດການສ້າງຕັ້ງມູນນິທິ (ພ້ອມເຫດຜົນຈະແຈ້ງ).
3
ຂັ້ນຕອນທີ 3: ສ້າງຕັ້ງຢ່າງເປັນທາງການ
ມູນນິທິ ຈະໄດ້ຮັບການສ້າງຕັ້ງຂຶ້ນຢ່າງເປັນທາງການ ເມື່ອອົງການທີ່ມີສິດອະນຸມັດສ້າງຕັ້ງຕາມທີ່ກໍານົດຢູ່ໃນມາດຕາ 38 ຂໍ້ 1 ແລະ 38 ຂໍ້ 4 ຂອງດໍາລັດ ໄດ້ອອກຂໍ້ຕົກລົງຮັບຮອງເອົາກົດລະບຽບ ເປັນຕົ້ນໄປ.
ສອບຖາມຂໍ້ມູນເພີ່ມເຕີມ:
ຕິດຕໍ່ພະແນກຄຸ້ມຄອງອົງການຈັດຕັ້ງສັງຄົມ ກະຊວງພາຍໃນ ໂທ: (+856 021) 417788, 417789 ຫຼື ສົ່ງອີເມວມາທີ່ info@laocso.org.la.