ເງື່ອນໄຂ ແລະ ຂັ້ນຕອນການລົງທະບຽນ ສະມາຄົມ
ຄຳແນະນຳຢ່າງເປັນທາງການກ່ຽວກັບຄວາມຮູ້ທົ່ວໄປ, ລະດັບການເຄື່ອນໄຫວ, ປະເພດ ແລະ ຜູ້ອະນຸມັດສ້າງຕັ້ງ, ເງື່ອນໄຂ 6 ຂໍ້ຫຼັກ ແລະ ຂັ້ນຕອນການປະກອບເອກະສານ.
ຄວາມຮູ້ທົ່ວໄປກ່ຽວກັບສະມາຄົມ
ສະມາຄົມ ແມ່ນການຈັດຕັ້ງສັງຄົມທີ່ສ້າງຂຶ້ນດ້ວຍຄວາມສະໝັກໃຈ, ເຄື່ອນໄຫວເປັນປະຈຳ, ບໍ່ຫວັງຜົນກຳໄລ, ຊ່ວຍເຫຼືອເຊິ່ງກັນ ແລະ ກັນ, ປົກປ້ອງສິດຜົນປະໂຫຍດອັນຊອບທຳຂອງສະມາຄົມ, ສະມາຊິກສະມາຄົມ ຫຼື ຊຸມຊົນ, ປະກອບສ່ວນພັດທະນາເສດຖະກິດ-ສັງຄົມຂອງປະເທດ.
ລະດັບການເຄື່ອນໄຫວສະມາຄົມ
- 1ລະດັບທີ 1: ລະດັບການເຄື່ອນໄຫວໃນຂອບເຂດທົ່ວປະເທດ.
- 2ລະດັບທີ 2: ລະດັບການເຄື່ອນໄຫວໃນຂອບເຂດພາຍໃນແຂວງ ຫຼື ນະຄອນຫຼວງ.
- 3ລະດັບທີ 3: ລະດັບການເຄື່ອນໄຫວໃນຂອບເຂດພາຍໃນເມືອງ ຫຼື ເທດສະບານ ຫຼື ນະຄອນ ຫຼື ບ້ານ.
ປະເພດ ແລະ ຜູ້ອະນຸມັດສ້າງຕັ້ງ
- 1
ສະມາຄົມເສດຖະກິດ:
ຜູ້ອະນຸມັດ: ກະຊວງ ອຸດສາຫະກຳ ແລະ ການຄ້າ - 2
ສະມາຄົມ ວິຊາຊີບ, ເຕັກນິກ-ວິຊາການ ແລະ ປະດິດຄິດແຕ່ງ:
ຜູ້ອະນຸມັດ: ກະຊວງ, ອົງການລັດ ຫຼື ສະມາຄົມ ທຽບເທົ່າກະຊວງທີ່ກ່ຽວຂ້ອງ - 3
ສະມາຄົມສັງຄົມສົງເຄາະ ແລະ ພັດທະນາສັງຄົມ (ເຄື່ອນໄຫວ 2 ຂະແໜງຂຶ້ນໄປ):
ຜູ້ອະນຸມັດ: ກະຊວງພາຍໃນ (ພນ)
ມາດຕະຖານທາງກົດໝາຍ
ເງື່ອນໄຂການລົງທະບຽນ ສະມາຄົມ (6 ຂໍ້ຫຼັກ)
ທຸກສະມາຄົມທີ່ຕ້ອງການສ້າງຕັ້ງຕ້ອງຕອບສະໜອງເງື່ອນໄຂຢ່າງຄົບຖ້ວນ
✓
1. ຈຸດປະສົງ ແລະ ຂົງເຂດການເຄື່ອນໄຫວ:
ມີຈຸດປະສົງ, ກຳນົດຂົງເຂດການເຄື່ອນໄຫວທີ່ຈະເຈ້ງ, ບໍ່ຂັດກັບ ລັດຖະທຳມະນູນ, ກົດໝາຍ ແລະ ຮີດຄອງປະເພນີອັນດີງາມ ຂອງຊາດ, ທ້ອງຖິ່ນ ແລະ ເຜົ່າຕ່າງໆ, ບໍ່ເປັນໄພອັນຕະລາຍຕໍ່ຄວາມໝັ້ນຄົງຂອງຊາດ, ຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມ ແລະ ສິດເສລີພາບຂອງບຸກຄົນອື່ນ.
✓
2. ຄະນະຂົນຂວາຍສ້າງຕັ້ງສະມາຄົມ:
ມີຄະນະຂົນຂວາຍສ້າງຕັ້ງສະມາຄົມ ຢ່າງໜ້ອຍ 3 ຄົນ ໂດຍຜູ້ລິເລີ່ມສ້າງຕັ້ງສະມາຄົມເປັນຜູ້ບົ່ງຕົວ ຊຶ່ງຢ່າງໜ້ອຍ 1 ໃນ 3 ຄະນະຂົນຂວາຍ ຕ້ອງມີໃບຢັ້ງຢືນວິຊາສະເພາະ ຫຼື ໃບຢັ້ງຢືນປະສົບການເຮັດວຽກ ທີ່ກ່ຽວຂ້ອງກັບຈຸດປະສົງເຄື່ອນໄຫວຂອງສະມາຄົມ.
✓
3. ຄຸນສົມບັດບຸກຄະລາກອນຫຼັກ:
ຜູ້ລິເລີ່ມ, ຄະນະຜູ້ລິເລີ່ມ, ຄະນະຂົນຂວາຍສ້າງຕັ້ງ, ຄະນະບໍລິຫານ, ຄະນະກວດກາ ແລະ ຜູ້ອຳນວຍການ ຕ້ອງແມ່ນພົນລະເມືອງລາວ, ມີອາຍຸແຕ່ 18 ປີຂຶ້ນໄປ ແລະ ມີປະຫວັດຈະແຈ້ງ.
✓
4. ຊື່ຂອງສະມາຄົມ:
ຊື່ຂອງສະມາຄົມທີ່ຈະຕັ້ງຂຶ້ນ ບໍ່ຊ້ຳຊ້ອນກັບຊື່ຂອງສະມາຄົມອື່ນ ທີ່ໄດ້ຮັບອະນຸມັດໃຫ້ສ້າງຕັ້ງຂຶ້ນຢ່າງຖືກຕ້ອງກ່ອນແລ້ວໃນທ້ອງຖິ່ນດຽວກັນ, ຕ້ອງເປັນພາສາລາວ, ຈະແຈ້ງ, ເຂົ້າໃຈງ່າຍ, ບໍ່ມີລັກສະນະຫຍາບຄາຍ, ຖ້າມີຄວາມຈຳເປັນແປເປັນພາສາຕ່າງປະເທດ ກໍໄດ້.
✓
5. ສຳນັກງານເຮັດວຽກ:
ມີສຳນັກງານເຮັດວຽກຂອງສະມາຄົມຕັ້ງຢູ່ ສປປ ລາວ ໂດຍມີການຢັ້ງຢືນຈາກອົງການປົກຄອງບ້ານບ່ອນທີ່ສຳນັກງານສະມາຄົມຕັ້ງຢູ່, ມີໜັງສືຢັ້ງຢືນກຳມະສິດ ຫຼື ສັນຍາເຊົ່າ ທີ່ຖືກຕ້ອງຕາມກົດໝາຍ.
✓
6. ກົດລະບຽບ ແລະ ຈຳນວນສະມາຊິກຕາມຂັ້ນ:
ມີກົດລະບຽບຂອງສະມາຄົມ ຕາມແບບຟອມຂອງລັດຖະການກຳນົດ ແລະ ມີຈຳນວນສະມາຊິກ ທີ່ໄດ້ລົງທະບຽນສະໝັກໃຈເຂົ້າຮ່ວມເຄື່ອນໄຫວໃນສະມາຄົມຢ່າງຄົບຖ້ວນຕາມກຳນົດຄື:
25+ ຄົນ
ຂອບເຂດທົ່ວປະເທດ
15+ ຄົນ
ແຂວງ / ນະຄອນຫຼວງ
10+ ຄົນ
ເມືອງ / ເທດສະບານ / ບ້ານ
ໂປສເຕີແນະນຳຂັ້ນຕອນການລົງທະບຽນທາງການ (MOHA Posters)
ທ່ານສາມາດຄລິກເພື່ອເບິ່ງພາບຂະໜາດເຕັມ ຫຼື ດາວໂຫລດເກັບໄວ້ສຶກສາ


