ກ່ຽວກັບ

ຂໍ້ມູນທາງການກ່ຽວກັບ ກະຊວງພາຍໃນ, ກົມພັດທະນາການບໍລິຫານລັດ ແລະ ພະແນກ ຄຸ້ມຄອງອົງການຈັດຕັ້ງສັງຄົມ ຕາມດຳລັດສະບັບເລກທີ
575/ລບ ແລະ ຂໍ້ຕົກລົງສະບັບເລກທີ 595/ພນ.

ດຳລັດ 575/ລບ

ທີ່ຕັ້ງ ແລະ ພາລະບົດບາດ ກະຊວງພາຍໃນ (ພນ)

ກະຊວງພາຍໃນ ຂຽນເປັນຕົວອັກສອນຫຍໍ້ວ່າ: “ພນ” ແມ່ນຫນຶ່ງໃນໂຄງປະກອບກົງຈັກ ຂອງລັດຖະບານ, ມີພາລະບົດບາດເປັນເສນາທິການໃຫ້ແກ່ລັດຖະບານ ໃນການຄຸ້ມຄອງມະຫາພາກ ກ່ຽວກັບການພັດທະນາ ການບໍລິຫານລັດ, ການປົກຄອງທ້ອງຖິ່ນ, ວຽກງານສາມສ້າງ, ວຽກງານຊົນເຜົ່າ, ວຽກງານສາສະຫນາ, ວຽກງານຄຸ້ມຄອງພົນລະເມືອງ, ຄຸ້ມຄອງລັດຖະກອນ, ຄຸ້ມຄອງພາລະກອນ, ຄຸ້ມຄອງຫົວຫນ່ວຍວິຊາການທີມີລາຍຮັບ, ການຄຸ້ມຄອງອົງການຈັດຕັ້ງສັງຄົມ, ວຽກງານສໍາຫຼວດວັດແທກ, ວຽກງານແຜນທີ່, ວຽກງານເອກະສານ, ວຽກງານແຂ່ງຂັນ ແລະ ວຽກງານຍ້ອງຍໍ ໃນຂອບເຂດທົ່ວປະເທດ.

ສິດ ແລະ ຂອບເຂດການຊີ້ນຳ: ຊີ້ນຳມະຫາພາກຕໍ່ທຸກຂະແໜງການ ແລະ ອົງການປົກຄອງທ້ອງຖິ່ນທົ່ວປະເທດ ໃນການຈັດຕັ້ງປະຕິບັດລັດຖະທຳມະນູນ, ກົດໝາຍ ແລະ ນະໂຍບາຍຂອງພັກ-ລັດ.
ຂໍ້ຕົກລົງ 595/ພນ

ທີ່ຕັ້ງ ແລະ ພາລະບົດບາດ ກົມພັດທະນາການບໍລິຫານລັດ (ກພລ)

ກົມພັດທະນາການບໍລິຫານລັດ ຂຽນເປັນຕົວອັກສອນຫຍໍ້ວ່າ: “ກພລ” ແມ່ນກົງຈັກຫນຶ່ງຂອງກະຊວງພາຍໃນ, ມີພາລະບົດບາດເປັນເສນາທິການໃຫ້ແກ່ກະຊວງ ໃນການຄຸ້ມຄອງວຽກງານ ພັດທະນາການຈັດຕັ້ງ, ການກໍານົດຕໍາແຫນ່ງງານ, ລະບຽບການບໍລິຫານລັດ-ການຫັນເປັນທັນສະໄຫມ, ການພັດທະນາລະບົບການບໍລິການກົນໄກການບໍລິການຜ່ານປະຕູດຽວ, ລະບຽບການຄຸ້ມຄອງ-ນໍາໃຊ້ຕາປະທັບ ແລະ ການຄຸ້ມຄອງອົງການຈັດຕັ້ງສັງຄົມ ໃນຂອບເຂດທົ່ວປະເທດ ແລະ ວຽກງານນິຕິກໍາຂອງກະຊວງພາຍໃນ ຊຶ່ງເອີ້ນລວມວ່າ ວຽກງານ ພັດທະນາການບໍລິຫານລັດ.

ພາລະບົດບາດລະອຽດ 16 ພາລະບົດບາດ ແລະ ຫນ້າທີ່ ຂອງ ພະແນກ ຄຸ້ມຄອງອົງການຈັດຕັ້ງສັງຄົມ ປະຕິບັດຫນ້າທີ່ເສນາທິການໃຫ້ແກ່ຄະນະກົມ ໃນການຄຸ້ມຄອງ, ຕິດຕາມ, ກວດກາ ແລະ ສົ່ງເສີມອົງການຈັດຕັ້ງສັງຄົມໃນຂອບເຂດທົ່ວປະເທດ

  • 01

    ສ້າງຮ່າງຍຸດທະສາດ, ແຜນງານ, ແຜນການ ແລະ ໂຄງການ ກ່ຽວກັບການຄຸ້ມຄອງອົງການຈັດຕັ້ງທາງສັງຄົມ ໃນແຕ່ລະໄລຍະ;

  • 02

    ຄົ້ນຄວ້າຮ່າງນະໂຍບາຍ, ກົດຫມາຍ, ລະບຽບການ ກ່ຽວກັບການຄຸ້ມຄອງອົງການຈັດຕັ້ງທາງສັງຄົມໃນຂອບເຂດທົ່ວປະເທດ ພ້ອມທັງ ຄຸ້ມຄອງບໍລິຫານລັດກ່ຽວກັບວຽກງານອົງການຈັດຕັ້ງສັງຄົມຢ່າງລວມສູນເອກະພາບໃນຂອບເຂດທົ່ວປະເທດ;

  • 03

    ຄົ້ນຄວ້າ ແລະ ສະເຫນີຄະນະກົມ ຕໍ່ການສະເຫນີສ້າງຕັ້ງ, ຮັບຮອງເອົາ ການໂຮມ, ການແຍກ, ການຍຸບເລີກສະມາຄົມສັງຄົມສົງເຄາະ ແລະ ພັດທະນາສັງຄົມ ຫຼື ສະມາຄົມທີ່ເຄື່ອນໄຫວກວມເອົາສອງຂະແຫນງການຂຶ້ນໄປ;

  • 04

    ຄົ້ນຄວ້າ ແລະ ສະເຫນີຫົວຫນ້າກົມພິຈາລະນາ ຈົດທະບຽນ, ຕໍ່ທະບຽນ ຫຼື ລຶບຊື່ ສະມາຄົມ ອອກຈາກບັນຊີທະບຽນ ພາຍຫຼັງກະຊວງ, ຂະແຫນງການໄດ້ອະນຸມັດ ຫຼື ຍຸບເລີກແລ້ວ;

  • 05

    ຄົ້ນຄວ້າ ແລະ ສະເຫນີຄະນະກົມຕໍ່ການສະເຫນີ ສ້າງຕັ້ງ, ຮັບຮອງເອົາ ການໂຮມ, ການແຍກ, ການຍຸບເລີກ ມູນນິທິ ທີ່ເຄື່ອນໄຫວໃນຂອບເຂດທົ່ວປະເທດ ພ້ອມທັງ ຕິດຕາມ, ກວດກາ ແລະ ປະເມີນຜົນ ການເຄື່ອນໄຫວວຽກງານຂອງ ມູນນິທິ;

  • 06

    ຕິດຕາມ, ກວດກາ ແລະ ປະເມີນຜົນ ການເຄື່ອນໄຫວວຽກງານຂອງ ສະມາຄົມສັງຄົມສົງເຄາະ ແລະ ພັດທະນາສັງຄົມ ຫຼື ສະມາຄົມທີ່ເຄື່ອນໄຫວກວມເອົາສອງຂະແຫນງການຂຶ້ນໄປ;

  • 07

    ເຜີຍແຜ່, ແນະນໍາກະຊວງ, ອົງການ ແລະ ອົງການປົກຄອງທ້ອງຖິ່ນ ໃນການສ້າງ ແລະ ຄຸ້ມຄອງ-ການເຄື່ອນໄຫວຂອງສະມາຄົມ ແລະ ມູນນິທິ ໃນຂອບເຂດທົ່ວປະເທດ;

  • 08

    ແນະນໍາ, ກ່າວເຕືອນ ຫຼື ສະເຫນີຄະນະກົມ ເພື່ອສະເຫນີຂັ້ນເທິງອອກຄໍາສັ່ງໃຫ້ສະມາຄົມ ແລະ ມູນນິທິ ທີ່ກະຊວງພາຍໃນອະນຸມັດ ຢຸດເຊົາການເຄື່ອນໄຫວ ໃນກໍລະນີເຫັນວ່າມີການລະເມີດກົດລະບຽບ, ຂໍ້ຫ້າມ ຫຼື ເຄື່ອນໄຫວຂັດກັບກົດຫມາຍ ແລະ ລະບຽບການຕ່າງໆຂອງລັດທີ່ໄດ້ວາງອອກ;

  • 09

    ຄົ້ນຄວ້າ ແລະ ລາຍງານຄະນະກົມ ເພື່ອນໍາສະເຫນີຂັ້ນເທິງພິຈາລະນາ ຍ້ອງຍໍສະມາຄົມ ແລະ ມູນນິທິທີ່ມີຜົນງານດີເດັ່ນ, ລົງວິໄນ, ແກ້ໄຂຄໍາຮ້ອງທຸກ ແລະ ຄໍາສະເຫນີຕ່າງໆ ຂອງອົງການຈັດຕັ້ງສັງຄົມຕາມຂອບເຂດສິດຂອງກົມ;

  • 10

    ເກັບກໍາ, ສັງລວມຂໍ້ມູນ, ສະຖິຕິ ແລະ ການເຄື່ອນໄຫວຂອງອົງການຈັດຕັ້ງສັງຄົມ ໃນຂອບເຂດທົ່ວປະເທດ;

  • 11

    ສ້າງ ແລະ ປັບປຸງຖານຂໍ້ມູນ ເພື່ອຄຸ້ມຄອງອົງການຈັດຕັ້ງສັງຄົມໃນຂອບເຂດທົ່ວປະເທດ (ລະບົບ LaoCSO);

  • 12

    ຊ່ວຍຄະນະກົມ ເພື່ອໂຄສະນາເຜີຍແຜ່, ແນະນໍາ ແລະ ຊຸກຍູ້ ການຈັດຕັ້ງປະຕິບັດບັນດາ ນະໂຍບາຍ, ກົດຫມາຍ ແລະ ລະບຽບການກ່ຽວກັບການຄຸ້ມຄອງອົງການຈັດຕັ້ງສັງຄົມໃຫ້ພາກສ່ວນຕ່າງໆທີ່ກ່ຽວຂ້ອງ;

  • 13

    ຈັດກອງປະຊຸມສໍາມະນາດ້ານວິຊາການ ກ່ຽວກັບການຄຸ້ມຄອງອົງການຈັດຕັ້ງສັງຄົມ ຕາມການອະນຸມັດ;

  • 14

    ແລກປ່ຽນບົດຮຽນ, ຮ່ວມມືກັບຕ່າງປະເທດ ແລະ ອົງການຈັດຕັ້ງຕ່າງໆ ເພື່ອປັບປຸງການຄຸ້ມຄອງອົງການຈັດຕັ້ງສັງຄົມ ຕາມໂຄງການຂອງກົມ ແລະ ຕາມການອະນຸມັດ;

  • 15

    ສະຫຼຸບລາຍງານການເຄື່ອນໄຫວວຽກງານຕ່າງໆຂອງພະແນກ ໃຫ້ຄະນະກົມຊາບເປັນປົກກະຕິ;

  • 16

    ປະຕິບັດຫນ້າທີ່ອື່ນ ຕາມການມອບຫມາຍຂອງຄະນະກົມ.

ນິຕິກຳ ແລະ ເອກະສານອ້າງອີງທາງລັດຖະການ ດາວໂຫລດເອກະສານດຳລັດ ແລະ ຂໍ້ຕົກລົງສະບັບເຕັມ (PDF)

PDF
ດຳລັດ 575/ລບ
ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງກະຊວງພາຍໃນ

ດາວໂຫລດ

PDF
ຂໍ້ຕົກລົງ 595/ພນ
ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງກົມພັດທະນາ...

ດາວໂຫລດ