ເມື່ອອາທິດທີ່ຜ່ານມາ ອົງການ VFI ໄດ້ຈັດກອງປະຊຸມປຶກສາຫາລືຮ່ວມກັບອົງການຈັດຕັ້ງທາງສັງຄົມ ແລະ INGOs ກ່ຽວກັບສະຖານະການ ການເຄື່ອນຍ້າຍແຮງງານ ແລະ ການຄ້າມະນຸດໃນແຂວງ ບໍ່ແກ້ວ ແລະ ເຂດເສດຖະກິດພິເສດສາມຫຼ່ຽມຄຳ ພາຍໃຕ້ການສະໜັບສະໜູນຂອງແຜນງານ ASEAN-ACT ມີ 22 ຄົນເຂົ້າຮ່ວມ.
ບັນຫາເຄືອຂ່າຍໄດ້ນຳສະເໜີ ແລະ ປຶກສາຫາລືກ່ຽວກັບບັນຫາທີ່ເກີດຂຶ້ນຈິງໃນເຂດພິເສດ ແລະ ໄດ້ຄົ້ນຄວ້າຫາແນວທາງເພື່ອຫຼຸດຜ່ອນບັນຫາທີ່ເກີດຂຶ້ນໃນແຂວງດັ່ງກ່າວ. ນອກຈາກນັ້ນອົງການ Winrock ຍັງໄດ້ນຳສະເໜີແຜນງານ NPAs ຂອງ ສປປ ລາວ ອີກດ້ວຍ.