ເງື່ອນໄຂການລົງທະບຽນ
ມີຈຸດປະສົງ ເພື່ອສາທາລະນະປະໂຫຍດ, ການເຄື່ອນໄຫວ ບໍ່ຂັດກັບລັດຖະທໍາມະນູນ, ລະບຽບກົດຫມາຍ ແລະ ຮີດຄອງປະເພນີອັນດີງາມຂອງຊາດ, ຂອງທ້ອງຖິ່ນ ແລະ ຂອງເຜົ່າຕ່າງໆ; ບໍ່ເປັນໄພອັນຕະລາຍຕໍ່ຄວາມຫມັ້ນຄົງຂອງຊາດ, ຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມ, ສິດເສລີພາບຂອງບຸກຄົນອື່ນ ແລະ ບໍ່ຫວັງຜົນກາໍໄລ;
ມີຫຼັກຖານຢັ້ງຢືນຢ່າງຖືກຕ້ອງກ່ຽວກັບ ທຶນ, ຊັບສິນ ເພື່ອສ້າງຕັ້ງມູນນິທິ;
ຜູ້ລິເລີ່ມກໍ່ຕັ້ງມູນນິທິ ຕ້ອງເປັນພົນລະເມືອງລາວ, ມີອາຍຸແຕ່ ສິບແປດປີ ຂຶ້ນໄປ ແລະ ບໍ່ເປັນບ້າເສຍຈິດ. ສາໍລັບຄົນຕ່າງດ້າວ, ຄົນຕ່າງປະເທດ ສາມາດປະກອບທຶນ, ຊັບສິນ ເພື່ອສ້າງຕັ້ງມູນນິທິ ຮ່ວມກັບການຈັດຕັ້ງ ຫຼື ພົນລະເມືອງລາວ;
ຊື່ຂອງມູນນິທິ ບໍ່ຊຊ້ອນກັບຊື່ຂອງມູນນິທິອື່ນ ທີ່ໄດ້ຮັບອະນຸຍາດໃຫ້ສ້າງຕັ້ງຂຶ້ນຢ່າງຖືກຕ້ອງກ່ອນແລ້ວ ໃນທ້ອງຖິ່ນດຽວກັນ;
ໄດ້ຮັບການອະນຸຍາດສ້າງຕັ້ງຈາກອົງການຈັດຕັ້ງຂອງລັດ ຕາມດໍາລັດສະບັບນີ້;
ມີກົດລະບຽບ, ມີເອກະສານຢັ້ງຢືນຖືກຕ້ອງກ່ຽວກັບສໍານັກງານຂອງມູນນິທິ.
ບັນດາເອກະສານທີ່ກ່ຽວຂ້ອງກັບ ມູນນິທິ
ຂັ້ນຕອນການລົງທະບຽນ
ການສ້າງຕັ້ງມູນນິທິ ໃຫ້ປະຕິບັດຕາມລະບຽບການ ແລະ ຂັ້ນຕອນ ດັ່ງນີ້:
ບົນພື້ນຖານຄາໍເຫັນ ຂອງກະຊວງ ຫຼື ຂະແຫນງການທີ່ກ່ຽວຂ້ອງ