ເງື່ອນໄຂ ແລະ ຂັ້ນຕອນການລົງທະບຽນ ສະມາຄົມ

ຄວາມຮູ້ທົ່ວໄປກ່ຽວກັບສະມາຄົມ

ສະມາຄົມ ແມ່ນການຈັດຕັ້ງສັງຄົມທີ່ສ້າງຂຶ້ນດ້ວຍຄວາມສະໝັກໃຈ, ເຄື່ອນໄຫວເປັນປະຈຳ, ບໍ່ຫວັງຜົນກຳໄລ, ຊ່ວຍເຫຼືອເຊິ່ງກັນ ແລະ ກັນ, ປົກປ້ອງສິດຜົນປະໂຫຍດອັນຊອບທຳຂອງສະມາຄົມ, ສະມາຊິກສະມາຄົມ ຫຼື ຊຸມຊົນ, ປະກອບສ່ວນພັດທະນາເສດຖະກິດ-ສັງຄົມຂອງປະເທດ.

ລະດັບການເຄື່ອນໄຫວສະມາຄົມ

1. ລະດັບການເຄື່ອນໄຫວໃນຂອບເຂດທົ່ວປະເທດ.

2. ລະດັບການເຄື່ອນໄຫວໃນຂອບເຂດພາຍໃນແຂວງ ຫຼື ນະຄອນຫຼວງ.

3. ລະດັບການເຄື່ອນໄຫວໃນຂອບເຂດພາຍໃນເມືອງ ຫຼື ເທດສະບານ ຫຼື ນະຄອນ ຫຼື ບ້ານ.

ປະເພດ ແລະ ຜູ້ອະນຸມັດສ້າງຕັ້ງ

1. ສະມາຄົມເສດຖະກິດ (ກະຊວງ ອຸດສາຫະກຳ ແລະ ການຄ້າ).

2. ສະມາຄົມ ວິຊາຊີບ, ເຕັກນິກ-ວິຊາການ ແລະ ປະດິດຄິດແຕ່ງ (ກະຊວງ, ອົງການລັດ ຫຼື ສະມາຄົມ ທຽບເທົ່າກະຊວງທີ່ກ່ຽວຂ້ອງ).

3. ສະມາຄົມສັງຄົມສົງເຄາະ ແລະ ພັດທະນາສັງຄົມທີ່ເຄື່ອນໄຫວສອງຂະແໜງການຂຶ້ນໄປ (ກະຊວງພາຍໃນ)

ເງື່ອນໄຂການລົງທະບຽນ

01

ມີຈຸດປະສົງ, ກຳນົດຂົງເຂດການເຄື່ອນໄຫວທີ່ຈະເຈ້ງ, ບໍ່ຂັດກັບ ລັດຖະທຳມະນູນ, ກົດໝາຍ ແລະ ຮີດຄອງປະເພນີອັນດີງາມ ຂອງຊາດ, ທ້ອງຖິ່ນ ແລະ ເຜົ່າຕ່າງໆ, ບໍ່ເປັນໄພອັນຕະລາຍຕໍ່ຄວາມໝັ້ນຄົງຂອງຊາດ, ຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມ ແລະ ສິດເສລີພາບຂອງບຸກຄົນອື່ນ;

02

ມີຄະນະຂົນຂວາຍສ້າງຕັ້ງສະມາຄົມ ຢ່າງໜ້ອຍສາມຄົນ ໂດຍຜູ້ລິເລີ່ມສ້າງຕັ້ງສະມາຄົມເປັນຜູ້ບົ່ງຕົວຊຶ່ງຢ່າງໜ້ອຍໜຶ່ງໃນສາມຄະນະຂົນຂວາຍ ຕ້ອງມີໃບຢັ້ງຢືນວິຊາສະເພາະ ຫຼື ໃບຢັ້ງຢືນປະສົບການເຮັດວຽກ ທີ່ກ່ຽວຂ້ອງກັບຈຸດປະສົງເຄື່ອນໄຫວຂອງສະມາຄົມ;

03

ຜູ້ລິເລີ່ມ, ຄະນະຜູ້ລິເລີ່ມ, ຄະນະຂົນຂວາຍສ້າງຕັ້ງ, ຄະນະບໍລິຫານ, ຄະນະກວດກາ ແລະ ຜູ້ອຳນວຍການ ຕ້ອງແມ່ນພົນລະເມືອງລາວ, ມີອາຍຸແຕ ສິບແປດ ປີຂຶ້ນໄປ ແລະ ມີປະຫວັດຈະແຈ້ງ;

04

ຊື່ຂອງສະມາຄົມ ທີ່ຈະຕັ້ງຂຶ້ນ ບໍ່ຊ້ຳຊ້ອນກັບຊື່ຂອງສະມາຄົມອື່ນ ທີ່ໄດ້ຮັບອະນຸມັດໃຫ້ສ້າງຕັ້ງຂຶ້ນຢ່າງຖືກຕ້ອງກ່ອນແລ້ວໃນທ້ອງຖິ່ນດຽວກັນ, ຕ້ອງເປັນພາສາລາວ, ຈະແຈ້ງ, ເຂົ້າໃຈງ່າຍ, ບໍ່ມີລັກສະນະຫຍາບຄາຍຖ້າມີຄວາມຈຳເປັນແປເປັນພາສາຕ່າງປະເທດ ກໍໄດ້;

05

ມີສຳນັກງານບໍ່ເຮັດວຽກຂອງສະມາຄົມຕັ້ງຢູ່ ສປປ ລາວ ໂດຍມີການຢັ້ງຢືນຈາກອົງການປົກຄອງບ້ານບ່ອນທີ່ສຳນັກງານສະມາຄົມຕັ້ງຢູ່, ມີໜັງສືຢັ້ງຢືນກຳມະສິດ ຫຼື ສັນຍາເຊົ່າ ທີ່ຖືກຕ້ອງຕາມກົດໝາຍ;

06

ມີກົດລະບຽບຂອງສະມາຄົມ ຕາມແບບຟອມຂອງລັດຖະການກຳນົດ;

07

ມີຈຳນວນສະມາຊິກ ທີ່ໄດ້ລົງທະບຽນສະໝັກໃຈເຂົ້າຮ່ວມເຄື່ອນໄຫວໃນສະມາຄົມຢ່າງຄົບຖ້ວນຕາມກຳນົດຄື: ສະມາຄົມທີ່ເຄື່ອນໄຫວ ໃນລະດັບທົ່ວປະເທດ ຕ້ອງມີສະມາຊິກຢ່າງໜ້ອຍ ຊາວຫ້າຄົນ ຂຶ້ນໄປ; ສະມາຄົມທີ່ເຄື່ອນໄຫວ ໃນລະດັບ ພາຍໃນແຂວງ, ນະຄອນຫຼວງ ຕ້ອງມີສະມາຊິກຢ່າງໜ້ອຍ ສິບຫ້າ ຄົນຂຶ້ນໄປ; ສະມາຄົມທີ່ເຄື່ອນໄຫວໃນລະດັບ ພາຍໃນເມືອງ, ເທດສະບານ, ນະຄອນ, ບ້ານ ຕ້ອງມີສະມາຊິກ ທີ່ມີລັກສະນະພິເສດຢ່າງໜ້ອຍ ສິບຄົນຂຶ້ນໄປ;

ບັນດາເອກະສານທີ່ກ່ຽວຂ້ອງກັບ ສະມາຄົມ

ຂັ້ນຕອນການລົງທະບຽນ

ການສ້າງຕັ້ງມູນນິທິ ໃຫ້ປະຕິບັດຕາມລະບຽບການ ແລະ ຂັ້ນຕອນ ດັ່ງນີ້:

ການສະເໜີ ຮັບຮອງແຕ່ງຕັ້ງຄະນະຂົນຂວາຍສ້າງຕັ້ງສະມາຄົມ: ຜູ້ລິເລີ່ມກໍ່ຕັ້ງສະມາຄົມ ບົ່ງຕົວແຕ່ງຕັ້ງຄະນະຂົນຂວາຍຢ່າງໜ້ອຍສາມຄົນ ແລ້ວປະກອບເອກະສານຄົບຖ້ວນເພື່ອສະເໜີຕໍ່ ອົງການທີ່ມີສິດອະນຸມັດສ້າງຕັ້ງ ຕາມທີ່ໄດ້ກຳນົດໃນ ມາດຕາ 22 ເພື່ອພິຈາລະນາຮັບຮອງ
ການສະເໜີ ຂໍເປີດກອງປະຊຸມສ້າງຕັ້ງສະມາຄົມ:
• ການປະກອບເອກິສານສະເໜີ ຂໍອະນຸມັດເປີດກອງປະຊຸມສ້າງຕັ້ງສະມາຄົມ: ການປະກອບເອກະສານສະເໜີສ້າງຕັ້ງສະມາຄົມ ປະກອບເອກະສານຄົບຖ້ວນແລ້ວ ສະເໜີຕໍ່ອົງການທີ່ມີສິດອະນຸມັດສ້າງຕັ້ງ ຕາມທີ່ໄດ້ກຳນົດໄວ້ໃນ ມາດຕາ 22 ເພື່ອພິຈາລະນາ;
• ການດຳເນີນກອງປະຊຸມສ້າງຕັ້ງສະມາຄົມ:ຄະນະຂົນຂວາຍສ້າງຕັ້ງສະມາຄົມ ກະກຽມຈັດກອງປະຊຸມສ້າງຕັ້ງສະມາຄົມຂຶ້ນ ພາຍໃນ ເກົ້າສອບວັນ ນັບຕັ້້ງແຕ່ວັນຂໍ້ຕົກລົງອະນຸມັດເປີດກອງປະຊຸມສ້າງຕັ້ງສະມາຄົມມີຜົນສັກສິດ;
ການສະເໜີ ຂໍຮັບຮອງເອົາ ກົດລະບຽບ ແລະ ຄະນະບໍລິຫານສະມາຄົມ: ພາຍໃນ ສາມສິບວັນ ນັບແຕ່ວັນສິ້ນສຸດກອງປະຊຸມສາ້ງຕັ້ງສະມາຄົມ ຄະນະບໍລິຫານສະມາຄົມ ປະກອບເອກະສານຄົບຖ້ວນ ແລ້ວສະເໜີຕໍ່ອົງການທີ່ມີສິດອະນຸມັດສ້າງຕັ້ງ ຕາມທີ່ໄດ້ກຳນົດໃນ ມາດຕາ 22 ເພື່ອພິຈາລະນາຮັບຮອງເອົາກົດລະບຽບ ແລະ ຄະນະບໍລິຫານສະມາຄົມ;
ການສະເໜີ ຈົດທະບຽນສະມາຄົມ: ເມື່ອສະມາຄົມໄດ້ຮັບການຮັບຮອງ ກົດລະບຽບ ແລະ ຄະນະບໍລິຫານ ຈາກອົງການທີ່ມີສິດອະນຸມັດສ້າງຕັ້ງແລ້ວ, ພາຍໃນ ເຈັດວັນ ສະມາຄົມ ຕ້ອງຂໍຈົດທະບຽນນຳ ກະຊວງພາຍໃນ;