ກ່ຽວກັບເຮົາ

ທີ່ຕັ້ງ ແລະ ພາລະບົດບາດ ພນ

ກະຊວງພາຍໃນ ຂຽນເປັນຕົວອັກສອນຫຍໍ້ວ່າ: “ພນ” ແມ່ນຫນຶ່ງໃນໂຄງປະກອບກົງຈັກ ຂອງລັດຖະບານ, ມີພາລະບົດບາດເປັນເສນາທິການໃຫ້ແກ່ລັດຖະບານ ໃນການຄຸ້ມຄອງມະຫາພາກ ກ່ຽວກັບການພັດທະນາ ການບໍລິຫານລັດ, ການປົກຄອງທ້ອງຖິ່ນ, ວຽກງານສາມສ້າງ, ວຽກງານຊົນເຜົ່າ, ວຽກງານສາສະຫນາ, ວຽກ ງານຄຸ້ມຄອງພົນລະເມືອງ, ຄຸ້ມຄອງລັດຖະກອນ, ຄຸ້ມຄອງພາລະກອນ, ຄຸ້ມຄອງຫົວຫນ່ວຍວິຊາການທີມີລາຍ ຮັບ, ການຄຸ້ມຄອງອົງການຈັດຕັ້ງສັງຄົມ, ວຽກງານສໍາຫຼວດວັດແທກ, ວຽກງານແຜນທີ່, ວຽກງານເອກະສານ, ວຽກງານແຂ່ງຂັນ ແລະ ວຽກງານຍ້ອງຍໍ ໃນຂອບເຂດທົ່ວປະເທດ.

ທີ່ຕັ້ງ ແລະ ພາລະບົດບາດ ກພລ

ກົມພັດທະນາການບໍລິຫານລັດ ຂຽນເປັນຕົວອັກສອນຫຍໍ້ວ່າ: “ກພລ” ແມ່ນກົງຈັກຫນຶ່ງຂອງກະຊວງພາຍ ໃນ, ມີພາລະບົດບາດເປັນເສນາທິການໃຫ້ແກ່ກະຊວງ ໃນການຄຸ້ມຄອງວຽກງານ ພັດທະນາການຈັດຕັ້ງ, ການ ກໍານົດຕໍາແຫນ່ງງານ, ລະບຽບການບໍລິຫານລັດ-ການຫັນເປັນທັນສະໄຫມ, ການພັດທະນາລະບົບການບໍລິການກົນໄກການບໍລິການຜ່ານປະຕູດຽວ, ລະບຽບການຄຸ້ມຄອງ-ນໍາໃຊ້ຕາປະທັບ ແລະ ການຄຸ້ມຄອງອົງການຈັດຕັ້ງ ສັງຄົມ ໃນຂອບເຂດທົ່ວປະເທດ ແລະ ວຽກງານນິຕິກໍາຂອງກະຊວງພາຍໃນ ຊຶ່ງເອີ້ນລວມວ່າ ວຽກງານ ພັດທະນາການບໍລິຫານລັດ.

ກ່ຽວກັບ ພະແນກ ຄຸ້ມຄອງອົງການຈັດຕັ້ງສັງຄົມ – ກະຊວງພາຍໃນ

ພະແນກຄຸ້ມຄອງອົງການຈັດຕັ້ງສັງຄົມ ມີຫນ້າທີ່ ດັ່ງນີ້:

01

ສ້າງຮ່າງຍຸດທະສາດ, ແຜນງານ, ແຜນການ ແລະ ໂຄງການ ກ່ຽວກັບການຄຸ້ມຄອງອົງການຈັດຕັ້ງທາງສັງຄົມ ໃນແຕ່ລະໄລຍະ;

02

ຄົ້ນຄວ້າຮ່າງນະໂຍບາຍ, ກົດຫມາຍ, ລະບຽບການ ກ່ຽວກັບການຄຸ້ມຄອງອົງການຈັດຕັ້ງທາງສັງຄົມໃນຂອບເຂດທົ່ວປະເທດ ພ້ອມທັງ ຄຸ້ມຄອງບໍລິຫານລັດກ່ຽວກັບວຽກງານອົງການຈັດຕັ້ງສັງຄົມຢ່າງລວມສູນເອກະພາບໃນຂອບເຂດທົ່ວປະເທດ;

03

ຄົ້ນຄວ້າ ແລະ ສະເຫນີຄະນະກົມ ຕໍ່ການສະເຫນີສ້າງຕັ້ງ, ຮັບຮອງເອົາ ການໂຮມ, ການແຍກ, ການຍຸບເລີກສະມາຄົມສັງຄົມສົງເຄາະ ແລະ ພັດທະນາສັງຄົມ ຫຼື ສະມາຄົມທີ່ເຄື່ອນໄຫວກວມເອົາສອງຂະແຫນງ ການຂຶ້ນໄປ;

04

ຄົ້ນຄວ້າ ແລະ ສະເຫນີຫົວຫນ້າກົມພິຈາລະນາ ຈົດທະບຽນ, ຕໍ່ທະບຽນ ຫຼື ລຶບຊື່ ສະມາຄົມ ອອກຈາກ ບັນຊີທະບຽນ ພາຍຫຼັງກະຊວງ, ຂະແຫນງການໄດ້ອະນຸມັດ ຫຼື ຍຸບເລີກແລ້ວ;

05

ຄົ້ນຄວ້າ ແລະ ສະເຫນີຄະນະກົມຕໍ່ການສະເຫນີ ສ້າງຕັ້ງ, ຮັບຮອງເອົາ ການໂຮມ, ການແຍກ, ການຍຸບ ເລີກ ມູນນິທິ ທີ່ເຄື່ອນໄຫວໃນຂອບເຂດທົ່ວປະເທດ ພ້ອມທັງ ຕິດຕາມ, ກວດກາ ແລະ ປະເມີນຜົນ ການເຄື່ອນໄຫວວຽກງານຂອງ ມູນນິທິ;

06

ຕິດຕາມ, ກວດກາ ແລະ ປະເມີນຜົນ ການເຄື່ອນໄຫວວຽກງານຂອງ ສະມາຄົມສັງຄົມສົງເຄາະ ແລະ ພັດທະນາສັງຄົມ ຫຼື ສະມາຄົມທີ່ເຄື່ອນໄຫວກວມເອົາສອງຂະແຫນງການຂຶ້ນໄປ;

07

ເຜີຍແຜ່, ແນະນໍາກະຊວງ, ອົງການ ແລະ ອົງການປົກຄອງທ້ອງຖິ່ນ ໃນການສ້າງ ແລະ ຄຸ້ມຄອງ - ການເຄື່ອນໄຫວຂອງສະມາຄົມ ແລະ ມູນນິທິ ໃນຂອບເຂດທົ່ວປະເທດ;

08

ແນະນໍາ, ກ່າວເຕືອນ ຫຼື ສະເຫນີຄະນະກົມ ເພື່ອສະເຫນີຂັ້ນເທິງອອກຄໍາສັ່ງໃຫ້ສະມາຄົມ ແລະ ມູນນິທິ ທີ່ກະຊວງພາຍໃນອະນຸມັດ ຢຸດເຊົາການເຄື່ອນໄຫວ ໃນກໍລະນີເຫັນວ່າມີການລະເມີດກົດລະບຽບ, ຂໍ້ຫ້າມ ຫຼື ເຄື່ອນໄຫວຂັດກັບກົດຫມາຍ ແລະ ລະບຽບການຕ່າງໆຂອງລັດທີ່ໄດ້ວາງອອກ;

09

ຄົ້ນຄວ້າ ແລະ ລາຍງານຄະນະກົມ ເພື່ອນໍາສະເຫນີຂັ້ນເທິງພິຈາລະນາ ຍ້ອງຍໍສະມາຄົມ ແລະ ມູນນິທິທີ່ ມີຜົນງານດີເດັ່ນ, ລົງວິໄນ, ແກ້ໄຂຄໍາຮ້ອງທຸກ ແລະ ຄໍາສະເຫນີຕ່າງໆ ຂອງອົງການຈັດຕັ້ງສັງຄົມຕາມ ຂອບເຂດສິດຂອງກົມ;

10

ເກັບກໍາ, ສັງລວມຂໍ້ມູນ, ສະຖິຕິ ແລະ ການເຄື່ອນໄຫວຂອງອົງການຈັດຕັ້ງສັງຄົມ ໃນຂອບເຂດທົ່ວປະເທດ;

11

ສ້າງ ແລະ ປັບປຸງຖານຂໍ້ມູນ ເພື່ອຄຸ້ມຄອງອົງການຈັດຕັ້ງສັງຄົມໃນຂອບເຂດທົ່ວປະເທດ;

12

ຊ່ວຍຄະນະກົມ ເພື່ອໂຄສະນາເຜີຍແຜ່, ແນະນໍາ ແລະ ຊຸກຍູ້ ການຈັດຕັ້ງປະຕິບັດບັນດາ ນະໂຍບາຍ, ກົດຫມາຍ ແລະ ລະບຽບການກ່ຽວກັບການຄຸ້ມຄອງອົງການຈັດຕັ້ງສັງຄົມໃຫ້ພາກສ່ວນຕ່າງໆທີ່ ກ່ຽວຂ້ອງ;

13

ຈັດກອງປະຊຸມສໍາມະນາດ້ານວິຊາການ ກ່ຽວກັບການຄຸ້ມຄອງອົງການຈັດຕັ້ງສັງຄົມ ຕາມການອະນຸມັດ;

14

ແລກປ່ຽນບົດຮຽນ, ຮ່ວມມືກັບຕ່າງປະເທດ ແລະ ອົງການຈັດຕັ້ງຕ່າງໆ ເພື່ອປັບປຸງການຄຸ້ມຄອງອົງ - ການຈັດຕັ້ງສັງຄົມ ຕາມໂຄງການຂອງກົມ ແລະ ຕາມການອະນຸມັດ;

15

ສະຫຼຸບລາຍງານການເຄື່ອນໄຫວວຽກງານຕ່າງໆຂອງພະແນກ ໃຫ້ຄະນະກົມຊາບເປັນປົກກະຕິ;

16

ປະຕິບັດຫນ້າທີ່ອື່ນ ຕາມການມອບຫມາຍຂອງຄະນະກົມ.